Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງຊຸກຍູ້ ຕິດຕາມການກໍ່ສ້າງອ່າງເກັບຫ້ວຍວັງເຫ

ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ລົງຊຸກຍູ້ ຕິດຕາມການກໍ່ສ້າງອ່າງເກັບຫ້ວຍວັງເຫ ເພື່ອໃຫ້ປະຊາຊົນໄດ້ນຳໃຊ້ນ້ຳເຂົ້າໃນການຜະລິດ.

ໃນໂອກາດ ທ່ານ ປອ. ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມ ເປັນປະທານ ກອງປະຊຸມສະຫຼຸບວຽກງານກະສິກຳ ແລະ ສິ່ງແວດລ້ອມ ທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການປະຈໍາປີ 2026 ທີີ່ແຂວງຈໍາປາສັກ ຄັ້ງວັນທີ 26-28 ກຸມພາ 2026. ດັ່ງນັ້ນ, ໃນຕອນບ່າຍ ຂອງວັນທີ 27 ກຸມພາ 2026. ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມການກໍ່ສ້າງອ່າງເກັບນໍ້າ ທີ່ອ່າງເກັບນ້ຳຫ້ວຍວັງເຫ, ເມືອງໂພນທອງ, ແຂວງຈໍາປາສັກ. ໄດ້ຮັບການຕ້ອນຮັບຈາກ ທ່ານ ຄຳ ນິລະວົງ ຫົວໜ້າ ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ, ທ່ານ ບຸນທັນ ໄຊຍະແສງ ເລຂາຄະນະບໍລິຫານພັກເມືອງໂພນທອງ, ພ້ອມດ້ວຍການນໍາເມືອງ ແລະ ບໍລິສັດສາມັກຄີໄຊ ກໍ່ສ້າງ ໄດ້ໃຫ້ການຕ້ອນຮັບ;

ໂຄງການດັ່ງກ່າວ ໄດ້ເລີ້ມກໍ່ສ້າງມາຕັ້ງແຕ່ປີ 2017 ເປັນໂຄງການລົງທຶນຂອງລັດ, ມີຂະໜາດຄວາມຍາວຂອງສັນເຂື່ອນ 7 ກິໂລຕາແມັດ, ສາມາດກັກເກັບນໍ້າໄດ້ 43 ລ້ານແມັດກ້ອນ, ຖ້າການກໍ່ສ້າງສໍາເລັດສົມບູນ ຈະສາມາດສະໜອງນໍ້າ ໃຫ້ແກ່ການຜະລິດ ກະສິກຳ ໃນລະດູຝົນໄດ້ 2.500 ເຮັກຕາ ແລະ ລະດູແລ້ງໄດ້ 1.500 ເຮັກຕາ. ນອກຈາກຈະເປັນແຫຼ່ງສະໜອງນໍ້າ ເພື່ອການປູກຝັງແລ້ວ ຍັງສາມາດສະໜອງໃຫ້ແກ່ການອຸປະໂພກ ແລະ ບໍລິິໂພກ ໃຫ້ແກ່ປະຊາຊົົນພາຍໃນເມືອງໂພນທອງ ແລະ ເຂດໄກ້ຄຽງ ອີກດ້ວຍ.

ໂອກາດ ດັ່ງກ່າວນີ້ ທ່ານ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ໄດ້ຊີ້ນຳ ພາກສ່ວນກ່ຽວຂ້ອງ ກໍ່ຄື ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງຈຳປາສັກ ປະສານງານກັນ ຢ່າງໃກ້ຊິດ ກັບ ກົມຊົນລະປະທານ ແລະ ບໍລິສັດ ກໍ່ສ້າງ ພ້ອມກັນ ຈັດຕັ້ງປະຕິບັດແຜນການກໍ່ສ້າງ ໃຫ້ທັນຕາມແຜນການທີ່ວາງໄວ້ ໃນໄລຍະທໍາອິດ ສູ້ຊົນ ສະໜອງນ້ຳໃຫ້ແກ່ເນື້ອທີ່ ການຜະລິດໃຫ້ໄດ້ 200 ເຮັກຕາ ເພື່ອໃຫ້ປະຊາຊົນໃນເຂດ 3 ບ້ານ ຄື: ບ້ານຝັ່ງແດງ, ບ້ານໃໝ່ນາສົມຫວັງ ແລະ ບ້ານໂພນທອງ, ເມືອງໂພນທອງ, ແຂວງຈຳປາສັກ ສາມາດນໍາໃຊ້ນໍ້າ ເຂົ້າໃນການຜະລິດ ເພື່ອຍົກສູງ ສະມັດຕະພາບການຜະລິດ ຄ້ຳປະກັນສະບຽງອາຫານ ແລະ ເປັນສິນຄ້າ ໃນເຂດໂຄງການດັ່ງກ່າວ.

Cr: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ



homescontents
homescontents