ກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ພັດທະນາ ຊົນລະປະທານ ປະຈຳປີ 2025, ທິດທາງແຜນການ 5 ປີ (2026-2030)
ໃນວັນທີ 06 ກຸມພາ 2026, ກົມຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ຈັດກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນລະປະທານ ປະຈຳປີ 2025, ທິດທາງແຜນການ 5 ປີ (2026-2030) ຂຶ້ນຢູ່ທີ່ ຫ້ອງປະຊຸມສູນກິດຈະກຳຊາວໜຸ່ມຄົບວົງຈອນ (ເຂດດົງໝາກຄາຍ) ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານກ່າວເປີດຂອງ ທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາ ທ່ານ ຫົວໜ້າກົມ/ຮອງຫົວໜ້າກົມ, ສະຖາບັນ ອ້ອມຂ້າງກະຊວງ, ບັນດາທ່ານຫົວໜ້າພະແນກ/ຮອງຫົວໜ້າ ພະແນກກະສິກຳ ແລະ ສິ່ງແວດລ້ອມ ແລະ ຫົວໜ້າຂະແໜງ ຊົນລະປະທານໃນທົ່ວປະເທດ ພ້ອມທັງ ຕາງໜ້າບໍລິສັດຜູ້ປະກອບການຕໍ່ການພັດທະນາຊົນລະປະທານ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອປືກສາຫາລື ແລກປ່ຽນປະສົບການ ແລະ ປະເມີນຜົນໄດ້ຮັບຈາກ ການຈັດຕັ້ງປະຕິບັດວຽກງານພັດທະນາ ຊົນລະປະທານ ໃນປີ 2025 ທີ່ຜ່ານມາ ແລະ ທິດທາງແຜນການ 5 ປີ (2026-2030) ໃຫ້ສອດຄ່ອງ ກັບແຜນງານຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ ຂອງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ວາງອອກ.
ໂດຍໃນທີ່ປະຊຸມໄດ້ຮັບຟັງການລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດວຽກງານພັດທະນາຊົນລະປະທານ ປະຈຳປີ 2025, ທິດທາງແຜນພັດທະນາຊົນລະປະທານ 5 ປີ (2026-2030), ຮັບຟັງ ກ່ຽວກັບ ລະບົບຖານຂໍ້ມູນຊົນລະປະທານ ເພື່ອຫັນເປັນທັນສະໄໝ, ແຫຼ່ງທຶນໃນການພັດທະນາຊົນລະປະທານ ແລະ ບັນດານິຕິກຳຕ່າງໆ ທີ່ເປັນເຄື່ອງມືໃນການຄຸ້ມຄອງ ແລະ ພັດທະນາຊົນລະປະທານ ຈາກ ບັນດາທ່ານຄະນະກົມຊົນລະປະທານ; ໃນໄລຍະຜ່ານມາ ການພັດທະນາຊົນລະປະທານ ໄດ້ປະກອບສ່ວນທີ່ສໍາຄັນໃນລວມຍອດ ຜະລິດຕະພັນກະສິກໍາ, ຊຶ່ງສາມາດສະໜອງນໍ້າໃຫ້ແກ່ເນື້ອທີ່ການຜະລິດກະສິກໍາໃນປີ 2025 ໄດ້ 494,021 ເຮັກຕາ. ໃນນັ້ນ, ລະດູຝົນ 323,463 ເຮັກຕາ, ລະດູແລ້ງ 170,558 ເຮັກຕາ, ໃນຈໍານວນໂຄງການ ຊົນລະປະທານທັງໝົດ 19,449 ໂຄງການ ຊຶ່ງໄດ້ປະກອບສ່ວນສຳຄັນຕໍ່ແຜນງານການຜະລິດກະສິກໍາ ເພື່ອຄໍ້າປະກັນຄວາມໝັ້ນຄົງ ທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າສົ່ງອອກຕະຫຼອດເຖິງ ການປັບປຸງຊີວິດການເປັນຢູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໃຫ້ນັບມື້ນັບຫຼຸດລົງ. ຫຼັງຈາກນັ້ນ ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມກໍໄດ້ມີການປຶກສາຫາລື ຢ່າງມີວິທະຍາສາດ ໂດຍໄດ້ຍົກເອົາບັນຫາດ້ານດີ-ຂໍ້ຄົງຄ້າງ ແລະ ຄາດໝາຍສູ້ຊົນການພັດທະນາຊົນລະປະທານ ໃນຕໍ່ໜ້າມາປຶກສາຫາລືກັນ ເພື່ອຄວາມເປັນເອກະພາບ ແລະ ກ້າວໄປສູ່ການຈັດຕັ້ງປະຕິບັດ ໃນອານາຄົດ.
ໃນຕອນບ່າຍຂອງກອງປະຊຸມແມ່ນຮັບກຽດເປັນປະທານຂອງ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ທີ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳຕໍ່ກອງປະຊຸມ ໂດຍທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໂດຍສະເພາະ ແມ່ນພະນັກງານໃນຂະແໜງການຊົນລະປະທານ ຈົ່ງເອົາໃຈໃສ່ຄົ້ນຄວ້າຮູບແບບ ການພັດທະນາ/ກໍ່ສ້າງຊົນລະປະທານແບບໃໝ່ ເພື່ອຮັບມືກັບສະພາບການປ່ຽນແປງດິນຟ້າອາກາດ, ຮັບປະກັນ ການສະໜອງນໍ້າໃຫ້ພຽງພໍ, ລົງທຶນໃສ່ການພັດທະນາຊົນລະປະທານຢ່າງ ມີຈຸດສຸມ-ສຸມໃສ່ພື້ນທີ່ ທີ່ມີໜໍ່ແໜງ ການຜະລິດ ເພື່ອບໍລິໂພກ ແລະ ຜະລິດເປັນສີນຄ້າ. ປະກອບສ່ວນ ພັດທະນາຊົນລະປະທານໃຫ້ກ້າວໜ້າ ແລະ ທັນສະໄໝຕາມແນວທາງຂອງພັກ-ລັດວາງອອກ ໃຫ້ເກີດດອກອອກຜົນ ແລະ ມີຄວາມຍືນຍົງ.
Cr: ຂ່າວສານກະສິກຳແລະສິ່ງແວດລ້ອມ