ພິທີເປີດ ການຝືກອົບຮົມ ຄວາມຮູ້ພື້ນຖານກ່ຽວກັບຄວາມປອດໄພຂອງເຂື່ອນຊົນລະປະທານ
ໃນວັນທີ 3 ພະຈິກ 2025, ທີ່ສູນພັດທະນາຊົນລະປະທານ ຮ່ວມມື ລາວ-ສ.ເກົາຫຼີ ໄດ້ຈັດ ການຝືກອົບຮົມ ຄວາມຮູ້ພື້ນຖານກ່ຽວກັບຄວາມປອດໄພຂອງເຂື່ອນຊົນລະປະທານ ໂດຍໃຫ້ກຽດ ເປັນປະທານພິທີ ໂດຍ ທ່ານ ປອ. ຄໍາພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ປອ. ສັດທາເທບ ທຳມະຈັກ ຮອງຫົວໜ້າກົມ. ເຊິງການຝຶກອົບຮົມ ດັ່ງກ່າວ ໄດ້ປະກອບມີພະແນກການ ອ້ອມຂ້າງກົມຊົນລະປະທານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຢ່າງພ້ອມພຽງ.
ຈຸດປະສົງຂອງການຝຶກອົບຮົມ “ຄວາມຮູ້ພື້ນຖານກ່ຽວກັບຄວາມປອດໄພຂອງເຂື່ອນຊົນລະປະທານ” ມີເປົ້າໝາຍເພື່ອ:
1. ເພີ່ມພູມຄວາມຮູ້ ໃຫ້ແກ່ຜູ້ເຂົ້າຮ່ວມ ກ່ຽວກັບຫຼັກການ ແລະ ມາດຕະການດ້ານຄວາມປອດໄພເຂື່ອນຊົນລະປະທານ.
2. ສ້າງຄວາມເຂົ້າໃຈ ກ່ຽວກັບການຈັດການ ແລະ ການຕິດຕາມສະພາບເຂື່ອນໃນທຸກຂັ້ນຕອນ ເຊັ່ນ ການອອກແບບ ການກໍ່ສ້າງ ແລະ ການບໍລິຫານຫຼັງການກໍ່ສ້າງ.
3. ເພີ່ມທັກສະປະຕິບັດ ກ່ຽວກັບການປະເມີນຄວາມສ່ຽງ ແລະ ການຕອບໂຕ້ເມື່ອເກີດສະຖານະການສຸກເສີນທີ່ກ່ຽວກັບເຂື່ອນ.
4. ສົ່ງເສີມການປະສານງານ ລະຫວ່າງພະນັກງານດ້ານຊົນລະປະທານ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມປອດໄພແລະປະສິດທິພາບຂອງເຂື່ອນ.
ສະຫຼຸບໄດ້ວ່າ ຈຸດປະສົງຫຼັກ ແມ່ນເພື່ອສ້າງຄວາມຮູ້ ແລະ ຄວາມສາມາດໃນການຄຸ້ມຄອງ ແລະ ປົກປ້ອງຄວາມປອດໄພຂອງເຂື່ອນຊົນລະປະທານ ໃຫ້ເກີດຄວາມຍືນຍົງ ແລະ ລົດຄວາມສ່ຽງຈາກອຸບັດເຫດທາງດ້ານນໍ້າ.