ສືບຕໍ່ກໍ່ສ້າງໂຄງການຊົນລະປະທານອ່າງເກັບນໍ້າຫ້ວຍວັງເຫ
ພິທີເຊັນສັນຍາຮ່ວມມື ສືບຕໍ່ ຮັບເໝົາກໍ່ສ້າງໂຄງການຊົນລະປະທານ ອ່າງເກັບນໍ້າຫ້ວຍວັງເຫ ເມືອງໂພນທອງ ແຂວງຈໍາປາສັກ ໄລຍະ 2 ໄດ້ຈັດຂຶ້ນໃນຕອນແລງວັນທີ 16 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ກົມຊົນລະປະທານ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຕາງໜ້າໂດຍ ກົມຊົນລະປະທານ ກັບ ບໍລິສັດ ສາມັກຄີໄຊ ກໍ່ສ້າງເຄຫາ ຈໍາກັດຜູ້ດຽວ ຕາງໜ້າເຊັນໂດຍ ທ່ານ ປອ. ຄໍາພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ແລະ ທ່ານ ໄກສອນ ຈັນທະສອນ ໃນນາມບໍລິສັດ ສາມັກຄີໄຊ ກໍ່ສ້າງເຄຫາ ຈໍາກັດຜູ້ດຽວ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ແວດລ້ອມ, ທ່ານ ສົມອຸລາ ຍະພິຈິດ ຮອງຫົວໜ້າຫ້ອງການ, ທ່ານ ນາງ ຍົມມະລາ ສີຫາວົງ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງຈໍາປາສັກ, ມີບັນດາທ່ານຕາງໜ້າຫົວໜ້າ-ຮອງຫົວໜ້າກົມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການຊົນລະປະທານ ອ່າງເກັບນໍ້າຫ້ວຍວັງເຫ(ໄລຍະ 2) ເມືອງໂພນທອງ ແຂວງຈໍາປາສັກ ເປັນໂຄງການບູລິມະສິດຂອງແຂວງ ກໍ່ຄືລັດຖະບານ, ຫົວງານເປັນອ່າງເກັບນໍ້າ ມີເນື້ອທີ່ສະໜອງນໍ້າ ລະດຸຝົນ 2,500 ເຮັກຕາ ແລະ ລະດຸແລ້ງ 1,500 ເຮັກຕາ ມູນຄ່າກໍ່ສ້າງ 110,559,002,360 ກີບ (ນື່ງຮ້ອຍສິບຕື້ ຫ້າຮ້ອຍຫ້າສິບເກົ້າລ້ານສອງພັນສາມຮ້ອຍຫົກສິບ ກີບ) ໄລຍະກໍ່ສ້າງ 24 ເດືອນ ແຕ່ປີ 2026-2028.
ແຫຼ່ງຂໍ້ມູນ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ