Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

Untitled 2


      ໜ້າທີ່:
1. ປະຕິບັດກົດໝາຍ, ດໍາລັດ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງກະສິກຳ ແລະ ປ່າໄມ້;
2. ຄົ້ນຄວ້າ, ເຊື່ອມຊຶມ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບວຽກງານກະ ສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມາເປັນແຜນງານ ແລະ ໂຄງການສະເພາະຂອງຕົນ ພ້ອມທັງຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ; ສ້າງ, ປັບປຸງ, ໂຄສະນາເຜີຍແຜ່ ແລະ ກວດກາປະເມີນຜົນການຈັດຕັ້ງປະຕິບັດ ບັນດາ ກົດໝາຍ, ນິຕິກຳລຸ່ມກົດໝາຍ, ນະໂຍບາຍ, ແຜນຍຸດທະສາດ, ແຜນງານ ແລະ ໂຄງການກ່ຽວກັບຂະແໜງຊົນລະປະທານ; ຄົ້ນຄວ້າສ້າງ, ປັບປຸງນິຕິກຳ, ຄຳແນະນຳ, ກຳນົດໝາຍ, ເຕັກນິກ ແລະ ມາດຕະຖານດ້ານຊົນລະປະທານ ເພື່ອຄຸ້ມຄອງມະຫາພາກ ຮັບປະກັນການຈັດຕັ້ງປະຕິບັດວຽກງານດ້ານຊົນລະປະທານ;
3. ສຸມທຸກກຳລັງແຮງເຂົ້າໃນການສະໜອງນ້ຳຢ່າງພຽງພໍ ໃຫ້ແກ່ເນື້ອທີ່ການຜະລິດກະສິກຳ, ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບຈາກໄພແຫ້ງແລ້ງ ແລະ ນໍ້າຖ້ວມ ປະກອບສ່ວນຊຸກຍູ້ການຜະລິດສະບຽງອາຫານ ໃຫ້ພຽງພໍ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ເພື່ອຊົມໃຊ້ພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ;
4. ຄົ້ນຄວ້າ, ສ້າງຮ່າງແຜນຍຸດທະສາດ ແລະ ນະໂຍບາຍ ກ່ຽວກັບວຽກງານຊົນລະປະທານ, ແຜນແມ່ບົດການບໍລິຫານຈັດການນໍ້າ ເພື່ອຫຼຸດ ຜ່ອນ ໄພແຫ້ງແລ້ງ-ໄພນ້ຳຖ້ວມ, ແຜນງານບໍລິຫານຈັດການນໍ້າ ເພື່ອສະເໜີລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາຮັບຮອງ; ສ້າງແຜນງານ, ແຜນການ ແລະ ໂຄງການ ກ່ຽວກັບ ວຽກງານການຄຸ້ມ ຄອງ ແລະ ພັດທະນາລະບົບຊົນລະປະທານຫຼາຍຮູບແບບ ໂດຍນໍາໃຊ້ນໍ້າໜ້າດິນ, ນໍ້າໃຕ້ດິນ, ນຳໃຊ້ ພະລັງງານທົດແທນເຂົ້າໃນການສູບນໍ້າໃນບ່ອນທີ່ມີເງື່ອນໄຂ ແລະ ສ້າງໂຄງ ລ່າງລະບົບປ້ອງກັນ-ລະບາຍນໍ້າ ເພື່ອຫຼຸດຜ່ອນໄພແຫ້ງແລ້ງ-ໄພນ້ຳຖ້ວມ ແລະ ນໍາໃຊ້ນໍ້າຊົນລະປະ ທານ ໃຫ້ມີປະສິດທິພາບສູງ ຕິດພັນກັບ ການພັດທະນາ ຊົນລະ ກະເສດ ຕາມທິດຫັນເປັນອຸດສາຫະກຳ ທັນສະໄໝ ແລະ ຍືນຍົງ ຢູ່ ເຂດຈຸດສຸມການຜະລິດສິນຄ້າທົດແທນການນໍາເຂົ້າ ແລະ ຜະລິດສິນຄ້າສົ່ງອອກ ເພື່ອຈັດຕັ້ງປະຕິບັດວາລະ ແຫ່ງ ຊາດ ສະເໜີລັດຖະມົນຕີ ພິຈາລະນາອະນຸມັດ ພ້ອມທັງຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;
5. ຄົ້ນຄວ້າ ການນຳໃຊ້ເຕັກໂນໂລຊີ, ພະລັງງານທົດແທນ, ນ້ຳໜ້າດິນ ແລະ ນ້ຳໃຕ້ດິນ ເຂົ້າໃນການພັດທະນາຊົນລະປະທານ ໃຫ້ເປັນຮູບປະທໍາ;
6. ສຶກສາ, ວາງແຜນ ແລະ ພັດທະນາ ລະບົບການລະບາຍນ້ຳໃນພື້ນທີ່ການຜະລິດກະສິກໍາ ເພື່ອຫຼຸດຜ່ອນຜົນກະທົບຈາກໄພນໍ້າຖ້ວມ ພ້ອມທັງພັດທະນາ ໂຄງການຊົນລະປະທານ ໃຫ້ກາຍເປັນໂຄງການຊົນລະກະເສດ ທີ່ທັນສະໄໝ ແລະ ມີຄວາມຍືນຍົງ;
7. ຕິດຕາມສະພາບແຫຼ່ງນ້ຳ, ສະພາບການປ່ຽນແປງດິນຟ້າອາກາດ ເພື່ອວາງແຜນປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທາງທຳມະຊາດ ພ້ອມທັງຄົ້ນຄວ້າ ແລະ ວາງແຜນພັດທະນາ ລະບົບການຕິດຕາມ, ຄວບຄຸມຄວາມປອດໄພຂອງເຂື່ອນ ແລະ ການບໍລິຫານຈັດການນ້ຳໃນອ່າງເກັບນໍ້າຊົນລະປະທານ;
8. ສຶກສາ, ຕິດຕາມ ແລະ ວາງແຜນຄຸ້ມຄອງ ບັນດາເຂດອ່າງໂຕ່ງ, ອ່າງເກັບນໍ້າຊົນລະປະທານ ເພື່ອສະໜອງນ້ຳແກ່ການຜະລິດກະສິກຳ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
9. ຄົ້ນຄວ້າ, ປັບປຸງ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານການພັດທະນາຊົນລະປະທານ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝຫຼາຍຮູບແບບ ໃຫ້ແກ່ພາກສ່ວນ ທີ່ກ່ຽວຂ້ອງ ເພື່ອການພັດທະນາຊົນລະປະທານ ໃນແຕ່ລະໄລຍະ;
10. ຄົ້ນຄວ້າ, ປັບປຸງ ແລະ ສະໜອງຂໍ້ມູນຂ່າວສານ ກ່ຽວກັບວຽກງານການພັດທະນາຊົນລະປະທານ ດ້ວຍລະບົບເຕັກໂນໂລຊີທີ່ທັນສະໄໝຫຼາຍຮູບແບບ ໃຫ້ແກ່ພາກສ່ວນ ທີ່ກ່ຽວຂ້ອງ ເພື່ອການພັດທະນາຊົນລະປະທານ ໃນແຕ່ລະໄລຍະ;
11. ຄົ້ນຄວ້າ ແລະ ປັບປຸງລະບຽບການຄຸ້ມຄອງການດຳເນີນທຸລະກິດຂະແໜງການຊົນລະປະທານ, ນຳສະເໜີຂໍອະນຸມັດສືບຕໍ່ ແລະ ສ້າງຕັ້ງ ບັນດາຫົວໜ່ວຍທຸລະກິດ ເພື່ອດຳເນີນ ທຸລະກິດດ້ານຊົນລະປະທານ ຕາມການແບ່ງຂັ້ນຄຸ້ມຄອງ;
12. ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດ ບັນດາໂຄງການງົບປະມານຂອງລັດ ແລະ ໂຄງການຮ່ວມມືກັບຕ່າງ ປະເທດ ກ່ຽວກັບວຽກຊົນລະປະທານ ໃຫ້ໄປຕາມວຽກ ຈຸດສຸມຂອງກະຊວງ, ວຽກຈຸດສຸມຂອງລັດຖະ ບານໃນແຕ່ລະໄລຍະ ທັງຖືກຕ້ອງ ແລະ ສອດຄ່ອງກັບກົດໝາຍ ແລະ ລະບຽບການ; ມີການຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ໃຫ້ໄດ້ຜົນສຳເລັດເປັນຢ່າງດີ;
13. ຄົ້ນຄວ້າ, ປັບປຸງລະບຽບການ ແລະ ຄຸ້ມຄອງການປະມູນ ກ່ຽວກັບການຈັດຊື້-ຈັດຈ້າງ ພາຫະນະ, ວັດຖຸ-ອຸປະກອນຮັບໃຊ້ຕ່າງໆ, ບໍລິສັດທີ່ປຶກສາ, ບໍລິສັດກໍ່ສ້າງ ແລະ ສ້ອມແປງຊົນລະປະທານ ຕາມແຜນການລົງທຶນຂອງລັດທີ່ໄດ້ອະນຸມັດ ລວມທັງບັນດາໂຄງການທີ່ນໍາໃຊ້ທຶນກູ້ຢືມ ແລະ ການຊ່ວຍ ເຫຼືອທາງການເພື່ອການພັດທະນາ (ODA);
14. ຄົ້ນຄວ້າ, ປັບປຸງ, ເຜີຍແຜ່ ມາດຕະຖານເສດຖະກິດ-ເຕັກນິກຊົນລະປະທານ, ລາຄາຫົວໜ່ວຍຊົນລະ ປະທານ ເພື່ອເປັນບ່ອນອີງໃນການສຶກສາ ຄວາມເປັນໄປໄດ້, ການສໍາຫຼວດ-ອອກແບບ, ການກໍ່ສ້າງ, ຟື້ນຟູສ້ອມແປງໂຄງການຊົນລະປະທານ ພ້ອມທັງຄຸ້ມຄອງ, ຕິດຕາມ, ກວດກາ ແລະ ປະເມີນຜົນ ໃນແຕ່ລະໄລຍະ;
15. ຄົ້ນຄວ້ານໍາໃຊ້ເຕັກໂນໂລຊີ, ດຳເນີນການທົດສອບ, ທົດລອງ, ສາທິດ ແລະ ບໍລິການ ດ້ານເຕັກນິກຊົນລະປະທານທີ່ທັນສະໄໝ ເຂົ້າໃນການຕິດຕາມ, ກວດກາການພັດທະນາຊົນລະປະທານ ໃນແຕ່ລະໄລຍະ ພ້ອມທັງກວດກາເອກະສານ ດ້ານເຕັກນິກການສຶກສາຄວາມເປັນໄປໄດ້, ການສໍາຫຼວດ-ອອກ ແບບ ແລະ ມາດຕະຖານການຄວບຄຸມ ກວດກາຄຸນນະພາບການກໍ່ສ້າງໂຄງການຊົນລະປະທານ ລວມທັງການກວດກາປະເມີນຄວາມໝັ້ນຄົງຂອງເຂື່ອນ ແລະ ອາຄານຕ່າງໆຕາມຄອງເໝືອງຊົນລະປະທານ;
16. ສຶກສາ, ສໍາຫຼວດ-ອອກແບບ ໂຄງການຊົນລະປະທານຫຼາຍປະເພດ-ຫຼາຍຂະໜາດ ຕິດພັນກັບທາງຜ່ານປາ ໃຫ້ຖືກຕ້ອງແທດເໝາະກັບທ່າແຮງ, ເງື່ອນໄຂ ຂອງເຂດແຄວ້ນ ແລະ ທ້ອງຖິ່ນ;
17. ເກັບກຳ, ສັງລວມ, ສ້າງ ແລະ ຄຸ້ມຄອງ ຂໍ້ມູນຂ່າວສານຊັບພະຍາກອນປ່າໄມ້ ທົ່ວປະເທດ ເພື່ອເປັນຖານຂໍ້ມູນ ໃຫ້ແກ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນຳໃຊ້ ປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ໃຫ້ມີຄວາມຍືນຍົງ;
18. ໃຫ້ຄຳປຶກສາດ້ານຊົນລະປະທານ ໃນການສຶກສາ, ສໍາຫຼວດ-ອອກແບບ ແລະ ຄຸມງານການກໍ່ສ້າງ ໃຫ້ແກ່ໂຄງການລົງທຶນຂອງລັດ ແລະ ຮ່ວມມືກັບຕ່າງປະເທດ;
19. ຄຸ້ມຄອງນໍາໃຊ້ໂຄງການຊົນລະປະທານ ທີ່ມີແລ້ວ, ຕິດຕາມ ສັງລວມຂໍ້ມູນກິດຈະການຊົນລະປະທານທີ່ເກົ່າແກ່ຊຸດໂຊມ ແລະ ຖືກຜົນກະທົບຈາກໄພທໍາມະຊາດ ເພື່ອຂຶ້ນແຜນຟື້ນຟູ-ສ້ອມແປງ ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກໍາລະດູແລ້ງ ແລະ ລະດູຝົນໃນແຕ່ລະປີ ຢ່າງມີປະສິດທິຜົນສູງ;
20. ສ້າງຄວາມເຂັ້ມແຂງໃຫ້ກຸ່ມຜູ້ນຳໃຊ້ນ້ຳ ໂດຍການຈັດຕັ້ງ ແລະ ປັບປຸງກຸ່ມນຳໃຊ້ນ້ຳ, ຝຶກອົບຮົມວຽກງານຄຸ້ມຄອງນໍາໃຊ້, ການບໍລິການຈັດການນໍ້າ, ຕ່ອງໂສ້ການຜະລິດ ແລະ ອື່ນໆ ໃຫ້ກຸ່ມຜູ້ນຳໃຊ້ນໍ້າຊົນ ລະປະທານ ຮ່ວມກັບພາກສ່ວນກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ;   
21.

ປະສານສົມທົບ ແລະ ຮ່ວມມືກັບຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ແລະ ບັນດາປະເທດເພື່ອນ ມິດ ເພື່ອຍາດແຍ່ງການສະໜັບສະໜູນທຶນ, ເຕັກນິກວິຊາການຕ່າງໆ ຈາກພາຍໃນ ແລະ ຕ່າງປະເທດ ເພື່ອພັດທະນາວຽກງານຊົນລະປະທານ;

22.

ສ້າງຄວາມເຂັ້ມແຂງທາງດ້ານວິຊາການຊົນລະປະທານ ໃຫ້ແກ່ນັກວິຊາການຂະແໜງການຊົນລະປະທານ, ສູນ, ສະຖາບັນ, ໂຮງຮຽນ, ກຸ່ມຜູ້ນຳໃຊ້ນ້ຳ ແລະ ຜູ້ປະກອບການດ້ານຊົນລະປະທານ ທັງສູນກາງ ແລະ ທ້ອງຖິ່ນ ໂດຍການຈັດຝຶກອົບຮົມເຕັກໂນໂລຊີທີ່ທັນສະໄໝດ້ານຊົນລະປະທານ, ຈັດທັດສະນະສຶກສາແລກປ່ຽນບົດຮຽນ ຢູ່ພາຍໃນ ແລະ ຕ່າງປະເທດ;

23.

ຄຸ້ມຄອງ ແລະ ກວດກາ ມາດຕະຖານເຄື່ອງມືອຸປະກອນວິໄຈຄຸນນະພາບນໍ້າ, ດິນ, ວັດສະດຸກໍ່ສ້າງ ແລະ ເຄື່ອງມືສໍາຫຼວດ-ອອກແບບ ຂອງບັນດາຜູ້ ປະກອບການ ທີ່ນໍາໃຊ້ເຂົ້າໃນບັນດາກິດຈະການຊົນລະປະ ທານ ພ້ອມທັງວິໄຈຄຸນນະພາບນ້ຳ, ດິນ ແລະ ວັດສະດຸກໍ່ສ້າງ ເຂົ້າໃນວຽກງານ ພັດທະນາ ຊົນລະປະທານ ແລະ ຂະແໜງການອື່ນ;

24.

ຄຸ້ມຄອງ, ຕິດຕາມ ສະມາຄົມນັກວິສະວະກອນຊົນລະປະທານ ແລະ ສະມາຄົມນັກທຸລະກິດຊົນລະປະ ທານ ເພື່ອຮັບປະກັນການພັດທະນາຊົນລະປະທານ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຍືນຍົງ;

25.

ປະສານສົມທົບກັບ ໂຮງຮຽນ ຊົນລະປະທານຊັ້ນສູງ ທ່າງ່ອນ, ບັນດາວິທະຍາໄລກະສິກໍາ ແລະ ປ່າໄມ້, ຄະນະຊັບພະຍາກອນນ້ຳ ມະຫາວິທະຍາໄລແຫ່ງຊາດ, ສູນ, ສະຖານີ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອ ແລກປ່ຽນຖອດຖອນບົດຮຽນດ້ານເຕັກນິກວິຊາການຊົນລະປະທານ ແລະ ຄຸ້ມຄອງ-ພັດທະນາແຫຼ່ງນ້ຳ ເຂົ້າມາພັດທະນາຫຼັກສູດການຝຶກອົບຮົມໃຫ້ມີຄວາມເຂັ້ມແຂງ;

26.

ສັງລວມ, ສະຫຼຸບ ແລະ ລາຍງານການເຄື່ອນໄຫວວຽກງານ ປະຈໍາເດືອນ, 3 ເດືອນ, 6 ເດືອນ, 9 ເດືອນ ແລະ ປະຈໍາປີ ຂອງກົມ ໃຫ້ຂັ້ນເທິງ ແລະ ພາກສ່ວນກ່ຽວຂ້ອງ ເປັນປົກກະຕິ ແລະ ທັນເວລາ;

27.

ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດ ຖະມົນຕີ ຜູ້ຊີ້ນຳ.

   
       ຂອບເຂດສິດ:  
1.

ນໍາສະເໜີຮ່າງຍຸດທະສາດ, ແຜນແມ່ບົດ, ແຜນງານ, ແຜນການ, ໂຄງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຂອງກົມ ແລະ ຂະແໜງການ; ຄົ້ນຄວ້າກໍານົດ ນະໂຍບາຍ, ມາດຕະການ ໃນການຫັນເປັນຊົນລະກະເສດ ເພື່ອການສົ່ງເສີມການຜະລິດພາຍໃນ ແລະ ສົ່ງອອກ ຕໍ່ກະຊວງກະສິກຳ ແລະ ປ່າໄມ້ ພິຈາລະນາອະນຸມັດ;

2.

ອອກຂໍ້ຕົກລົງ, ຄໍາແນະນໍາ, ແຈ້ງການຕ່າງໆ, ກຳນົດໝາຍເຕັກນິກ, ຄູ່ມືວິຊາການ ແລະ ລະບຽບການ, ໜັງສືສະເໜີເຖິງຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະ ຊວງ ແລະ ຂະແໜງສາຍຕັ້ງຂອງຕົນຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານຊົນລະປະທານ ຂອງຂະ ແໜງກະສິກໍາ ແລະ ປ່າໄມ້ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ພ້ອມທັງກວດກາຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ;

3.

ຊີ້ນຳ, ຄຸ້ມຄອງ ດ້ານເຕັກນິກ, ວິຊາການ ຕາມການແບ່ງຂັ້ນ, ແບ່ງຄວາມຮັບຜິດຊອບ ແລະ ແບ່ງສິດຕາມສາຍຕັ້ງ ໃນການຕົກລົງບັນຫາຢ່າງລະອຽດ, ຈະແຈ້ງ ຕາມກົດໝາຍ ແລະ ລະບຽບການ ທີ່ວາງອອກ;

4.

ຄົ້ນຄວ້າ ແລະ ນໍາສະເໜີ ລັດຖະມົນຕີ ຮັບເອົາການລົງທຶນ, ການອອກ, ໂຈະ ຫຼື ຖອນໃບອະນຸຍາດດໍາເນີນທຸລະກິດ ກ່ຽວກັບກິດຈະການຊົນລະປະທານ; ຄົ້ນຄວ້າ ແລະ ປະກອບຄໍາເຫັນ ກ່ຽວກັບການລົງທຶນທັງພາຍໃນ ແລະ ຕ່າງປະເທດ ດ້ານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕາມພາລະບົດບາດຂອງຕົນ ບົນພື້ນຖານກົດໝາຍ ແລະ ລະບຽບການ;

5.

ປະກອບສ່ວນດ້ານເຕັກນິກ, ວິຊາການ ໃຫ້ແກ່ພາກສ່ວນຕ່າງໆ ເພື່ອຊຸກຍູ້, ຜັນຂະຫຍາຍ ການພັດທະນາຊົນລະປະທານ ບົນພື້ນຖານການ ຕົກລົງເຫັນດີຂອງຂັ້ນເທິງ;

6. ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ຊັບສິນຂອງລັດ, ການຈັດຕັ້ງປະຕິບັດພາລະບົດບາດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ຕາມກົດໝາຍ ແລະ ລະບຽບການ ທີ່ກໍານົດໄວ້;
7.

ອອກຂໍ້ຕົກລົງ ແຕ່ງຕັ້ງພະນັກງານ-ລັດຖະກອນ ພາຍໃນກົມ ໄປເຄື່ອນໄຫວວຽກງານ, ປະຊຸມ, ຝຶກອົບ ຮົມ, ສຳມະນາ ຢູ່ສູນກາງ, ທ້ອງຖິ່ນ ແລະ ເຂົ້າຮ່ວມກອງປະຊຸມພາກພື້ນ, ສາກົນຕາມການຕົກລົງ ແລະ ມອບໝາຍຈາກຂັ້ນເທິງ;

8.

ພົວພັນ, ເຊັນສັນຍາ ແລະ ເຮັດບົດບັນທຶກຕ່າງໆ ກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບການຮັບເອົາການຊ່ວຍເຫຼືອຕ່າງໆ ເຂົ້າໃນວຽກງານຊົນລະປະທານ ຕາມການອະນຸມັດຂອງຂັ້ນເທິງ;

9.

ຄົ້ນຄວ້າ ແລະ ນໍາສະເໜີ ການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ການກໍານົດຕໍາແໜ່ງງານ, ການບັນຈຸ, ສັບຊ້ອນ, ຈັດວາງ, ແຕ່ງຕັ້ງ ແລະ ປະຕິ ບັດນະໂຍບາຍ ຕໍ່ພະນັກງານ-ລັດຖະກອນ ຂອງກົມຊົນລະ ປະທານ ຕາມການແບ່ງຂັ້ນຄຸ້ມຄອງ, ກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ ໃຫ້ເຂັ້ມແຂງ ແລະ ມີປະ ສິດທິພາບ;

10.

ຮຽກໂຮມ ພະນັກງານຄຸ້ມຄອງ-ນໍາພາ ແລະ ລັດຖະກອນວິຊາການ ໃນຄວາມຮັບຜິດຊອບຂອງຕົນ ເຂົ້າຮ່ວມກອງປະຊຸມ ຫຼື ລາຍງານສ່ອງແສງ ວຽກງານເປັນແຕ່ລະໄລຍະ, ເຂົ້າຮ່ວມງານວາງສະແດງສິນຄ້າກົນຈັກກະສິກໍາ, ເຄື່ອງຈັກ-ອຸປະກອນຊົນລະປະທານ ແລະ ຕະຫຼາດນັດ, ຝຶກອົບຮົມ, ສໍາມະນາວິຊາການແລະ ລົງເຮັດວຽກຢູ່ທ້ອງຖິ່ນ-ຮາກຖານ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ຕາມທີ່ໄດ້ກໍານົດໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;

11. ຈັດກອງປະຊຸມປຶກສາຫາລືວຽກງານເຕັກນິກ-ວິຊາການ ດ້ານການພັດທະນາຊົນລະປະທານ ເພື່ອສະຫຼຸບຕີລາຄາ, ປະເມີນຜົນການຈັດຕັ້ງປະຕິບັດ ແລະ ວາງທິດທາງແຜນການໃນຕໍ່ໜ້າ;
12. ພົວພັນ, ປະສານສົມທົບກັບ ຫ້ອງການ, ບັນດາກົມ, ສະຖາບັນ ແລະ ຫົວໜ່ວຍວິຊາການລະດັບສອງ ອ້ອມຂ້າງກະຊວງ ແລະ ຂະແໜງສາຍຕັ້ງຂອງຕົນ ຢູ່ທ້ອງຖິ່ນ ເພື່ອຈັດຕັ້ງປະຕິບັດວຽກງານຊົນລະປະ ທານ ໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້;
13.

ສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອກວດກາການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ກົດໝາຍ, ລະບຽບການ, ແຜນພັດທະນາເສດຖະກິດ-ສັງຄົມ ໃນຂະແໜງການຂອງຕົນ, ພາລະບົດບາດ, ການປະຕິບັດແຜນການ, ການຄຸ້ມຄອງພະນັກງານ-ລັດຖະກອນ, ງົບປະ ມານ ແລະ ຊັບສິນຂອງລັດ ທີ່ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງກົມ;

14.

ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນນິຕິກຳອື່ນ ແລະ ການມອບໝາຍ ຂອງລັດຖະມົນຕີ, ຮອງລັດຖະມົນຕີ ຜູ້ຊີ້ນຳ.

homescontents
homescontents