ກອງປະຊຸມຄັດເລືອກເປັ້າໝາຍ ທີ່ຈະໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ
ເພື່ອດໍາເນີນການຕາມແຈ້ງການຂອງ ຄະນະຈັດຕັ້ງສູນກາງພັກ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ໃນຕອນເຊົ້າ ວັນທທີ 09 ຕຸລາ 2025, ກົມຊົນລະປະທານ ໄດ້ເປີດກອງປະຊຸມ ຄັດເລືອກເປັ້າໝາຍ ທີ່ຈະໄດ້ຮັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ກຽດເປັນປະທານ ຈາກ ທ່ານ ທອງເລີຍ ແສງອານົງ ຮອງຫົວໜ້າກົມ ຊປທ ພ້ອມດ້ວຍ ຄະນະພະແນກອ້ອມຂ້າງກົມຊົນລະປະທານ.