ພິທີເປີດສະຫນາມ ໂຄງການຈັກສູບນ້ຳຫ້ວຍເດື່ອ ເມືອງ ຫາດຊາຍຟອງ ແລະ ຫ້ວຍຫມາກຮຽວ ເມືອງ ປາກງື່ມ
ໃນວັນທີ 08 ຕຸລາ 2025, ທ່ານ ທອງເລີຍ ແສງອານົງ, ຮອງຫົວຫນ້າກົມ ຊປທ ແລະ ທ່ານ ອານຸສອນ ຄຸນສົມບັດ, ຮອງຫົວຫນ້າກົມ ຊປທ ໄດ້ຮ່ວມເປັນປະທານ ກອງປະຊຸມ ພິທີເປີດສະຫນາມ ໂຄງການຈັກສູບນ້ຳຫ້ວຍເດື່ອ ເມືອງ ຫາດຊາຍຟອງ ແລະ ຫ້ວຍຫມາກຮຽວ ເມືອງ ປາກງື່ມ ເຊິ່ງໂຄງການດັ່ງກ່າວນີ້ ແມ່ນນໍາໃຊ້ ງົບປະມານ ເງິນກູ້ຢືມ ຈາກໂຄງການ ພຊຄ.