Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ຄະນະກົມຊົນລະປະທານ ຮ່ວມຕິດຕາມ ຄະນະລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຕິດຕາມ ສະຖານະການນໍ້າຖ້ວມ ເມືອງໄຊທານີ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ໃນວັນທີ 05 ຕຸລາ 2025, ທ່ານ ປອ. ຄໍາພະຈັນ ວົງຊະນະ ຫົວໜ້າກົມ ຊົນລະປະທານ ແລະ ບັນດາ ທ່ານ ຮອງຫົວໜ້າກົມ ໄດ້ ຮ່ວມຕິດຕາມ ຄະນະນໍາ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ເຊິ່ງ ນໍາໂດຍ ທ່ານ ປອ. ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກໍາແລະ ສິ່ງແວດລ້ອມ ລົງຕິດຕາມ ສະພາບນ້ຳຖ້ວມ ຢູ່ທີ່ເຂດປະຕູນ້ຳ ບ້ານທ່າສະຫວ່າງ ບໍລິເວນຂົວນ້ຳເຄັມ , ເຊິ່ງໄດ້ຮັບການລາຍງານສະພາບນ້ຳຖ້ວມ ໂດຍການນຳເມືອງໄຊທານີ ໂດຍໃຫ້ຮູ້ວ່າ ໃນວັນທີ 4 ຕຸລາ 2025 ລະດັບນໍ້າງື່ມຢູ່ລະດັບ 11:34 ແມັດ ເຊິ່ງຖ້າທຽບໃສ່ລະດັບເຕືອນໄພແມ່ນ 12 ແມັດ ແລະ ລະດັບອັນຕະລາຍ 13 ແມັດ ເຫັນວ່າລະດັບນໍ້າງື່ມແມ່ນມີທ່າອ່ຽງເພີ່ມຂື້ນຢ່າງຕໍ່ເນື່ອງ, ເຮັດໃຫ້ນ້ຳໄຫລຜ່ານເຂົ້າປະຕູນ້ຳ, ຫ້ວຍທຳມະຊາດ, ໄຫຼເຂົ້າຖ້ວມເຮືອນຊານ, ຮົ້ວສວນ ແລະ ພື້ນທີ່ການຜະລິດຂອງປະຊາຊົນ, ເປັນຕົ້ນ: ກຸ່ມບ້ານເວີນຄຳ, ກຸ່ມທ່າງ່ອນ, ກຸ່ມດົງ ແລະ ກຸ່ມຫ້ວຍຈຽມ ສຳລັບເຮືອນປະຊາຊົນທີ່ໄດ້ຮັບຜົນກະທົບນໍ້າຖ້ວມ ທັງໝົດ ມີ 12 ບ້ານ, ມີ 252 ຄອບຄົວ, ມີພື້ນທີ່ການຜະລິດຖືກຖ້ວມປະກອບມີ ເນື້ອທີ່ການຜະລິດເຂົ້າ 87,6 ຮຕ ຈໍານວນ 49 ຄອບຄົວ, ສວນມັນຕົ້ນ 4,5 ຮຕ ຈໍານວນ 7 ຄອບຄົວ, ພືດຜັກ 1 ຮຕ, ໄມ້ໃຫ້ໝາກ 3,2 ຮຕ ຈໍານວນ 2 ຄອບຄົວ, ສວນໝາກພ້າວ 4 ຮຕ ຈໍານວນ 4 ຄອບຄົວ, ໜອງປາ 27 ໜອງ ເນື້ອທີ່ 2,4 ຮຕ ຈຳນວນ 11 ຄອບຄົວ. ຕໍ່ມາ ທາງຄະນະໄດ້ເດີນທາງໄປຕິດຕາມສະພາບນ້ຳ ທີ່ອ່າງເກັບນ້ຳ ນໍ້າຫຸມ-ນ້ຳຊ່ວງ, ເຂດເມືອງນາຊາຍທອງ ເຊິ່ງໄດ້ຮັບຟັງການລາຍງານ ໂດຍການນຳເມືອງນາຊາຍທອງ ໃຫ້ຮູ້ວ່າ ໃນລະຫວ່າງວັນທີ 24 ກັນຍາ ຫາວັນທີ 03 ຕຸລາ 2025 ໄດ້ມີຝົນຕົກໜັກ ຢູ່ພື້ນທີ່ ເມືອງນາຊາຍທອງ ຈຶ່ງເຮັດໃຫ້ນໍ້າຫຸມ, ນໍ້າຊ່ວງ ສົມທົບກັບມ້ວນນໍ້າ ສາຍນ້ຳຕ່າງໆ ທີ່ໄຫຼມາຈາກພູພະນັງ, ອ່າງເກັບນໍ້າວັງຍິ່ງ, ບວກກັບມີການລະບາຍນໍ້າຈາກເຂື່ອນຕ່າງໆ ທີ່ປ່ອຍນໍ້າລົງມາ ເຮັດໃຫ້ລະດັບນໍ້າງື່ມຂຶ້ນສູງ, ຍູ້ດັນມວນນໍ້າທີ່ໄຫຼລົງສູ່ນໍ້າງື່ມ ເຮັດໃຫ້ນໍ້າໄຫຼຊ້າ ຈຶ່ງເປັນສາຍເຫດເຮັດໃຫ້ມີສະພາບນໍ້າຖ້ວມ ທີ່ຢູ່ອາໃສ່ຂອງປະຊາຊົນ ແລະ ເນື້ອທີ່ທໍາການຜະລິດ, ໜອງປາປະຊາຊົນທີ່ຢູ່ພື້ນທີ່ຕໍ່າ, ເຊິ່ງຈໍຳນວນບ້ານທີ່ຖືກເສຍຫາຍ ມີ 6 ບ້ານ, ນາເຂົ້າຖືກຜົນກະທົບລວມ 240 ຮຕ, ສວນສາລີຫວານ 38 ໄຮ່, ສາລີອາຫານສັດ 30 ໄຮ່, ສວນໝາກເພັດ 57 ໄຮ່, ສວນໝາກຮຸ່ງ 19 ໄຮ່, ສວນໝາກແຕງ 7 ໄຮ່.

ໂອກາດນີ້, ທ່ານລັດຖະມົນຕີ ກໍ່ໄດ້ຊີ້ນຳພາກສ່ວນກ່ຽວຂ້ອງ ແລະ ການນຳຂອງທັງສອງເມືອງ ໃຫ້ເລັ່ງເກັບກຳຂໍ້ມູນ ສະພາບນ້ຳຖ້ວມໃຫ້ລະອຽດຂຶ້ນຕື່ມ, ໂດຍສະເພາະໃນຈຸດທີ່ແກ້ໄຂໄດ້ກ່ອນ ເພື່ອຮັບປະກັນໃຫ້ສົ່ງຜົນກະທົບໜ້ອຍທີ່ສຸດ ຕໍ່ການດຳລົງຊີວິດຂອງປະຊາຊົນໃນເຂດເມືອງຂອງຕົນ. ການລົງຕິດຕາມກວດກາໃນຄັ້ງນີ້, ເຫັນວ່າມີຫຼາຍຈຸດ ຍັງພົບກັບບັນຫານ້ຳຖ້ວມຂັງຢູ່, ທ່ານລັດຖະມົນຕີ ກໍ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ໃຫ້ທິດຊີ້ນຳໃນການແກ້ໄຂບັນຫານີ້ ໂດຍໃຫ້ປະສານກັບກົມວິຊາການຂອງກະຊວງ, ໃນການສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດນ້ຳ ພ້ອມດ້ວຍປະສານກັບ ໜ່ວຍງານໄພພິພັດຂັ້ນສູນກາງ ຊ່ວຍເລັ່ງແກ້ໄຂສິ່ງທີ່ຈໍາເປັນ ຮີບດ່ວນໃຫ້ກັບປະຊາຊົນ ໃນເຂດສອງເມືອງດັ່ງກ່າວ ໃຫ້ທັນສະພາບການ.

Credit: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ



homescontents escort fatih bahcelievler escort
homescontents
sakarya escort akyazı escort arifiye escort erenler escort eve gelen escort ferizli escort geyve escort hendek escort otele gelen escort sapanca escort söğütlü escort taraklı escort
sakarya escort akyazı escort arifiye escort erenler escort eve gelen escort ferizli escort geyve escort hendek escort karapürçek escort karasu escort kaynarca escort kocaali escort otele gelen escort pamukova escort sapanca escort söğütlü escort taraklı escort
Sakarya escort Sakarya escort Sakarya escort Sakarya escort Sakarya escort Sakarya escort Sapanca escort Sapanca escort Sapanca escort Sapanca escort Karasu escort