ຄະນະກົມຊົນລະປະທານ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ຕິດຕາມ ສະຖານີຈັກສູບນໍ້າເຄັມ ເມືອງໄຊທານີ, ນຈວ
ໃນວັນທີ 4 ຕຸລາ 2025, ທ່ານ ທອງເລີຍ ແສງອານົງ ແລະ ທ່ານ ອານຸສອນ ຄຸນສົມບັດ ຮອງຫົວໜ້າກົມຊົນລະປະທານ ໄດ້ລົງຕິດຕາມການຕິດຕັ້ງປ່ຽນຖ່າຍ ລະບົບໄຟຟ້າ ຢູ່ ສະຖານີຈັກສູບນໍ້າເຄັມ, ເມືອງ ໄຊທານີ, ນຈວ ເພື່ອສູບລະບາຍນໍ້າຖ້ວມເຂດບ້ານທ່າສະຫວ່າງ ແລະ ເວີນຄໍາ