ທ່ານ ຮອງຫົວໜ້າກົມ ຊົນລະປະທານ ຕິດຕາມ ທ່ານ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47
ທ່ານ ປອ. ສັດທາເທບ ທໍາມະຈັກ, ຮອງຫົວນ້າກົມ ຊົນລະປະທານ ໄດ້ຮ່ວມເປັນຄະນະຕິດຕາມ ທ່ານ ປອ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 (The 47th AMAF) ວັນທີ 01 ຕຸລາ 2025 ທີ່ ມະນີລາ, ປະເທດ ຟີລິບປິນ.
ຈຸດປະສົງຂອງກອງປະຊຸມ ເພື່ອຮັບຟັງການທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ດ້ານອາຫານ, ກະສິກໍາ ແລະ ປ່າໄມ້ ອາຊຽນ ໃນໄລຍະຜ່ານມາ ແລະ ວິໄສທັດຂອງປະຊາຄົມອາຊຽນ ຕໍ່ກັບຂອບການຮ່ວມມືໃນຂະແໜງ ສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ຮອດປີ 2045 ເພື່ອຮັບຮອງເອົາໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ໃນທ້າຍເດືອນຕຸລາ 2025 ທີ່ ປະເທດມາເລເຊຍ.