Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຮັກສາການຫົວໜ້າກົມ ຊົນລະປະທານ ແລະ ທ່ານ ຫົວໜ້າກົມຊົນລະປະທານ

ຕອນແລງວັນທີ 01 ຕຸລາ 2025, ທີ່ ຫ້ອງປະຊຸມກົມຊົນລະປະທານ (ຊັ້ນ 4), ປະຕິບັດຕາມ ແຈ້ງການ ແລະ ມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງຫົວໜ້າກົມ ແລະ ຮອງຫົວໜ້າກົມຊົນລະປະທານ ແລະ ບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ, ຄະນະພັກຮາກຖານ ແລະ ປະທານກວດກາ ຄະນະພັກຮາກຖານກົມ ຊປທ, ທີ່ຂຶ້ນກັບ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. 

ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ, ກໍາມະການຄະນະພັກ, ຮອງລົດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ໃນ ພິທີ ມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ອານຸສອນ ຄຸນສົມບັດ ຮອງຫົວໜ້າກົມຊົນລະປະທານ (ໃນນາມຮັກສາການຫົວໜ້າກົມ ຊປທ) ໄດ້ມອບໜ້າທີ່ຄືນ ໃຫ້ແກ່ ທ່ານ ປອ. ຄໍາພະຈັນ ວົງຊະນະ ຫົວໜ້າກົມຊົນລະປະທານ ເພື່ອສືບຕໍ່ຊີ້ນໍາ-ນໍາພາ ການຈັດຕັ້ງປະຕິດວຽກງານກົມໃນຂັ້ນຕໍ່ໄປ. ເຊິ່ງໃນພິທີດັ່ງກ່າວ ໄດ້ມີ ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກການ, ຫົວໜ້າສູນ, ຮອງຫົວໜ້າພະແນກ, ຮອງຫົວໜ້າສູນ ແລະ ສະມາຊິກພັກ, ພະນັກງານ-ລັດຖະກອນທັງໝົດພາຍໃນກົມຊົນລະປະທານ ເຂົ້າຮ່ວມພິທີຢ່າງພ້ອມພຽງ.



homescontents
homescontents