ກອງປະຊຸມທົບທວນການຈັດຕັ້ງປະຕິບັດວຽກງານບົດຍາດຍິງ-ຊາຍ
ໃນຕອນບ່າຍ ວັນທີ 30 ກັນຍາ 2025, ທີ່ຫ້ອງປະຊຸມ ສູນພັດທະນາຊົນລະປະທານ ຮ່ວມມື ລາວ-ສ.ເກົາຫຼີ, ໄດ້ຈັດ ກອງປະຊຸມ ທົບທວນການຈັດຕັ້ງປະຕິບັດວຽກງານບົດຍາດຍິງ-ຊາຍ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ຄຸ້ມຄອງອ່າງໂຕ່ງແບບຍືນຍົງ(ພຊຄ) ພາຍໃຕ້ທືນ ADB ໃຫ້ກຽດເປັນປະທານ ໂດຍ ທ່ານ ທອງເລີຍ ແສງອານົງ ຮອງຫົວຫນ້າກົມຊົນລະປະທານ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ຜູ້ເຂົ້າຮ່ວມຈາກ ທະນາຄານ ADB, ພະນັກງານກົມຊົນລະປະທານ ຂັ້ນສູນກາງ, ທີມງານບົດບາດຍິງຊາຍ ແລະ ຕິດຕາມປະເມີນຜົນ ຈາກແຂວງ ແລະ ເມືອງ ໃນ 4 ແຂວງ: ແຂວງ ຫົວພັນ, ຊຽງຂວາງ, ຫລວງພະບາງ ແລະ ໄຊຍະບູລີ ແລະ ພາກສ່ວນອື່ນໆ ທັງໝົດ 35 ທ່ານ ເປັນຍີງ 17 ທ່ານ ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເລີ່ມຕັ້ງແຕ່ ວັນທີ 30 ກັນຍາ ສິ້ນສຸດວັນທີ 02 ຕຸລາ 2025.