Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ພິທີ ປະກາດການຈັດຕັ້ງຂອງກົມຊົນລະປະທານ

ໃນຕອນແລງ ວັນທີ 29 ກັນຍາ 2025, ທີ່ ຫ້ອງປະຊຸມ ກົມຊົນລະປະທານ, ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ພິທີປະກາດການຈັດຕັ້ງຂອງກົມຊົນລະປະທານ

ໃນພິທີ ທ່ານ ນາງ ຄໍາພິລາວັນ ອິນທະສອນ, ຮອງຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງ ເລຂາ ຄະນະພັກ, ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ວ່າດ້ວຍການແຕ່ງຕັ້ງ ທ່ານ ອານຸສອນ ຄຸນສົມບັດ ຮັກສາການ ຫົວໜ້າກົມຊົນລະປະທານ ເປັນ ຮອງຫົວໜ້າກົມຊົນລະປະທານ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ.



homescontents
homescontents