Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ກອງປະຊຸມປຶກສາຫາລືກ່ຽວກັບບົດສະເໜີໂຄງການການນໍາໃຊ້ ພະລັງງານແສງຕາເວັນໃນວຽກຊົນລະປະທານ

ໃນປະຈຸບັນການສະໜອງນໍ້າຊົນລະປະທານໃນລະດູແລ້ງ ສະໜອງນໍ້າໃຫ້ ເນື້ອທີ່ການຜະລິດໄດ້ແຕ່ປະມານ 12%, ສ່ວນລະດູຝົນໄດ້ປະມານ 35% ຂອງເນື້ອທີ່ການຜະລິດກະສິກໍາ. ໃນນັ້ນ, ສະໜອງໃຫ້ເນື້ອທີ່ການຜະລິດທີ່ນໍາໃຊ້ລະບົບຈັກສູບນໍ້າດ້ວຍໄຟຟ້າຍັງກວມເອົາເປີເຊັນຈໍານວນຫຼາຍ, ການນໍາໃຊ້ລະບົບໄຟຟ້າເຂົ້າໃນການສູບນໍ້າຊົນລະປະທານ ສ່ວນໃຫຍ່ແມ່ນຍັງກວມເອົາໃນເຂດລຽບແມ່ນນໍ້າຂອງ ແລະ ມີນໍ້າສາຂາທີ່ມີເງື່ອນໄຂລະບົບໄຟຟ້າ, ແຕ່ເນື້ອທີ່ ທີ່ມີທ່າ ແຮງສາມາດສະໜອງນໍ້າເພື່ອທໍາການຜະລິດຂອງປະຊາຊົນ ຍັງກວມເອົາເນື້ອທີ່ຈໍານວນຫຼາຍ ໃນເຂດຫ່າງໄກສອກ ຫຼີກ ບໍ່ມີລະບົບໄຟຟ້າ ແລະ ແຫຼ່ງນໍ້າໜ້າດິນ.

ໃນຕອນແລງຂອງວັນທີ 26 ກັນຍາ 2025 ທີ່ໂຮງແຮມ ແກຣນວຽງຈັນ, ພະແນກແຜນການ ແລະການຮ່ວມມື, ກົມຊົນລະປະທານໄດ້ຈັດກອງປະຊຸມປືກສາຫາລືທາງໄກ (Video conference) ກ່ຽວກັບບົດສະເໜີໂຄງການການນໍາໃຊ້ພະລັງງານແສງຕາເວັນໃນວຽກຊົນລະປະທານ, ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ປອ.ວົງສັກດາ ວົງໄຊ ຫົວໜ້າພະແນກແຜນການ ແລະ ການຮ່ວມມື ກົມຊົນລະປະທານ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ເອລິດສະເບດສ (Elisabeth) ມີຜູ້ຕາງໜ້າສູນການປ່ຽນແປງດິນຟ້າອາກາດ ໂກເປນເຮເກນ ຂອງອົງການສະຫະປະຊາຊາດເພື່ອສິ່ງແວດລ້ອມ (UNEP-Copenhagen Climate Centre) ນອກຈາກນັ້ນ ຍັງມີຜູ້ຕາງໜ້າຈາກບັນດາກົມ, ສະຖາບັນທີ່ກຽ່ວຂ້ອງ ແລະ ຕົວແທນຈາກອົງການຈັດຕັ້ງສາກົນ, ຕາງໜ້າຊາວກະສິກອນຈາກບ້ານ ລາດຄວາຍ ແລະ ທ່າຊ້າງ ເຂົ້າຮ່ວມທັງໝົດຈຳນວນ 30 ທ່ານ. ເຊິ່ງຈຸດປະສົງຂອງກອງປະຊຸມເພື່ອແລກປ່ຽນຄໍາຄິດເຫັນຈາກບັນດາອົງການຈັດຕັ້ງພາຍໃນ ແລະ ສາກົນລວມທັງຜູ້ສະໜອງທຶນ ເພື່ອລະດົມແນວຄວາມຄິດໃສ່ບົດນໍາສະເໜີໂຄງການສ້າງຄວາມທົນທານຕໍ່ສະພາບດິນຟ້າອາກາດຂອງການຜະລິດກະສິກໍາແບບດັ້ງເດີມທີ່ອາໄສນໍ້າຝົນຢູ່ໃນເຂດຫ່າງໄກສອກຫຼີກຂອງ ສປປ ລາວ. ເພື່ອເຮັດໃຫ້ເນື້ອໃນຂອງໂຄງການຄົບຖວ້ນ ແລະ ສົມບູນຂື້ນຕື່ມ ໃນເວລາຕໍ່ມາ ທ່ານ ນ. ແກ້ວດວງໃຈ ນວນພັນທະກຸ ທີ່ປຶກສາຂອງໂຄງການຈາກສູນການປ່ຽນແແປງດິນຟ້າອາກາດ ປະຈຳຄາເປນຮາກ ໄດ້ຂື້ນນຳສະເໜີປະຫວັດຄີວາມເປັນມາ ແລະ ຈຸດປະສົງຕົ້ນຕໍ, ພ້ອມທັງໝາກຜົນທີ່ຈະໄດ້ຮັບໃນຕໍ່ໜ້າຂອງໂຄງການ. ຈາກນັ້ນ, ບັນດາຜູ້ແທນທີ່ເຂົ້າມາຮ່ວມກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນໃສ່ເນື້ອໃນຂອງໂຄງການຕື່ມອີກ.

ຂ່າວໂດຍ: ຂັນວິຈິດ

ພາບຂ່າວໂດຍ: ຂັນວິຈິດ ແລະ ສີສົມຮັກ



homescontents
homescontents