ພິທີປະກາດ ບົ່ງຕົວແຕ່ງຕັ້ງ ເລຂາ, ຮອງ ເລຂາ, ຄະນະພັກຮາກຖານ ແລະ ປະທານກວດກາ ຄະນະພັກ ຮາກຖານກົມຊົນລະປະທາ
ໃນຕອນບ່າຍ ວັນທີ 25 ກັນຍາ 2025, ທີ່ສະໂມສອນ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ, ທ່ານ ປອ. ໄຊນະຄອນ ອິນທະວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໃຫ້ກຽດເປັນປະທານ ພິທີປະກາດ ບົ່ງຕົວແຕ່ງຕັ້ງ ເລຂາ, ຮອງ ເລຂາ, ຄະນະພັກຮາກຖານ ແລະ ປະທານກວດກາ ຄະນະພັກ ຮາກຖານກົມຊົນລະປະທານ ທີ່ຂຶ້ນກັບອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ.
ໃນພິທີ ທ່ານ ບຸນທະວີ ໄຊຍະເພັດ, ກໍາມະການ ຄະນະພັກກະຊວງ, ຫົວໜ້າກົມ ຈັດຕັ້ງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງ ເລຂາ ຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງ ເລຂາ, ຄະນະພັກຮາກຖານ ແລະ ປະທານກວດກາ ຄະນະພັກ ຮາກຖານກົມຊົນລະປະທານ ຈໍານວນ 06 ສະຫາຍ ດັ່ງລາຍຊື່ລຸ່ມນີ້:
1. ສະຫາຍ ປອ ຄໍາພະຈັນ ວົງຊະນະ ເປັນເລາຂາ;
2. ສະຫາຍ ອານຸສອນ ຄຸນສົມບັດ ເປັນຮອງເລຂາ, ປະທານກວດກາ;
3. ສະຫາຍ ທອງເລີຍ ແສງອານົງ ເປັນຮອງເລຂາ;
4. ສະຫາຍ ອຸລາພອນ ອ່ອງແກ້ວ ເປັນຄະນະ;
5. ສະຫາຍ ສັດທາເທບ ທໍາມະຈັກ ເປັນຄະນະ;
6. ສະຫາຍ ສຸພາລະວັນ ມັງໜໍ່ເມກ ເປັນຄະນະ.
ແລະ ຍັງໄດ້ຜ່ານ ແຈ້ງການ ຂອງຫົວໜ້າຄະນະຈັດຕັ້ງສູນກາງພັກ ເລື່ອງ ເຫັນດີໃຫ້ ສະຫາຍ ປອ ຄໍາພະຈັນ ວົງຊະນະ ກັບມາປະຈໍາການໃນຕໍາແໜ່ງ ຫົວໜ້າກົມຊົນລະປະທານ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ.