ກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII
ຄະນະພັກຮາກຖານກົມຊົນລະປະທານ ສໍາເລັດການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII
ໃນຕອນບ່າຍວັນທີ 22 ກັນຍາ 2025 ຄະນະພັກຮາກຖານຊົນລະປະທານ ໄດ້ຈັດກອງປະຊຸມ ຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຄັ້ງທີ VII ຂຶ້ນ ທີ່ສະໂມສອນກະຊວງ, ໂດຍການເປັນປະທານ ຂອງ ສະຫາຍ ກິແກ້ວ ສິງນາວົງ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ເຂົ້າຮ່ວມມີ ສະຫາຍ ສົມແພງ ໄຊຍະແສງ ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມ, ຫົວໜ້າກົມກວດກາ, ສະຫາຍ ບຸນທະວີ ໄຊຍະເພັດ ກຳມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມ, ຫົວໜ້າກົມຈັກຕັ້ງ, ສະຫາຍ ອານຸສອນ ຄູນສົມບັດ ຮັກສາການເລຂາຄະນະພັກຮາກຖານກົມ, ຮັກສາການຫົວໜ້າກົມຊົນລະປະທານ, ມີຄະນະອະນຸກໍາມະການບຸກຄະລະກອນຂັ້ນກະຊວງ, ບັນດາສະຫາຍຄະນະພັກຮາກຖານກົມ, ເລຂາ-ຮອງເລຂາໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 70 ກວ່າສະຫາຍ.
ໃນກອງປະຊຸມ ສະຫາຍ ບຸນທະວີ ໄຊຍະເພັດ ກໍາມະການຄະນະພັກກະຊວງ, ເລຂາຄະນະພັກຮາກຖານກົມ, ຫົວໜ້າກົມຈັດຕັ້ງ ໄດ້ຂຶ້ນຜ່ານມາດຕະຖານ ຂອງຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ໂດຍສະເພາະແມ່ນ ມາດຖານດ້ານຄຸນທາດການເມືອງ, ດ້ານຄວາມຮູ້-ຄວາມສາມາດ, ດ້ານສຸຂະພາບ ເຊິ່ງທັງໝົດນັ້ນຕ້ອງແມ່ນສະມາຊິກພັກສົມບູນ ທີ່ມີຕໍາແໜ່ງພາຍໃນພັກ ຫຼື ມີຕະແໜ່ງບໍລິຫານ ຮອງຫົວໜ້າພະແນກ ຫຼື ທຽບເທົ່າຂຶ້ນໄປ ລວມທັງ ວິທີການປະຕິບັດຫຼັກການ ການເລືອກຕັ້ງຜູ້ແທນ. ໂອກາດນີ້ ປະທານກອງປະຊຸມໄດ້ໃຫ້ກຽດມີຄໍາເຫັນຊີ້ນໍາ ແລະ ເພີ່ມຄວາມເອົາໃຈໃສ່ບາງບັນຫາ ຄື: ສະເໜີໃຫ້ບັນດາສະຫາຍທີ່ເຂົ້າຮ່ວມ ພ້ອມກັນເບິ່ງ ແລະ ມີຄວາມເຫັນ ຕີລາບັນຫາຕ່າງໆ ທີ່ພົວພັນເຖິງຄຸນລັກສະນະ, ມາດຕະຖານ-ເງື່ອນໄຂ ຂອງຜູ້ແທນ; ຫ້າມບັນດາສະຫາຍມີພຶດຕິກຳ ເຄື່ອນໄຫວທີ່ມີລັກສະນະແຕະຕ້ອງເຖິງການເລືອກຕັ້ງ; ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບເຂົ້າໃນການເລືອກຕັ້ງ, ຫຼີກເວັ້ນທັດສະນະແນວຄິດທີ່ບໍ່ຖືກຕ້ອງ ເຊັ່ນ: ແນວຄິດອັກຄະຕິ, ອັນເປັນການສ້າງຄວາມເສຍຫາຍ ໃຫ້ແກ່ຄະນະພັກ ແລະ ບຸກຄົນ. ກອງປະຊຸມ ຄັ້ງນີ້້ ໄດ້ມີການປ່ອນບັດເພື່ອຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ຊຶ່ງມີສະມາຊິກພັກຜູ້ມີສິດເລືອກຕັ້ງທັງໝົດ 79 ສະຫາຍ ໂດຍການຄັດເລືອກເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສໍາຮອງອີກ 03 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ອົງຄະນະພັກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ອີກດ້ວຍ.
ຂຽນຂ່າວໂດຍ: ສີສົມຮັກ ສາຍທອງຄໍາ 22 /09 /2025.
ພາບ-ຂ່າວ: ສີສົມຮັກ ສາຍທອງຄຳ
ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ.