Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ຝຶກອົບຮົມ"ຄວາມຮູ້ພື້ນຖານ ໃນການສ້າງຖານຂໍ້ມູນ ດ້ວຍລະບົບພູມສາດ (GIS) ເພື່ອພັດທະນາຊົນລະປະທານໃຫ້ມີຄວາມທັນສະໄໝ"

ໃນລະຫວ່າງວັນທີ 18-19 ກັນຍາ 2025, ກົມຊົນລະປະທານ ໄດ້ຈັດການຝຶກອົບຮົມ ໃນຫົວຂໍ້: "ຄວາມຮູ້ພື້ນຖານ ໃນການສ້າງຖານຂໍ້ມູນ ດ້ວຍລະບົບພູມສາດ (GIS) ເພື່ອພັດທະນາຊົນລະປະທານໃຫ້ມີຄວາມທັນສະໄໝ" ໃຫ້ກຽດເປັນປະທານເປີດພິທີ ໂດຍທ່ານ ອານຸສອນ ຄຸນສົມບັດ, ຮັກສາການ ຫົວໜ້າກົມຊົນລະປະທານ. ຊຶ່ງການຝຶກອົບຮົມດັ່ງກ່າວແມ່ນ ນອນໃນແຜນວຽກຂອງຂະແໜງການຍ່ອຍດ້ານຊົນລະປະທານ SSWG-IR ປະຈໍາປີ 2025 ທີ່ໄດ້ຮັບການສະໜັບສະໜູນຈາກ ສະຖາບັນຄຸ້ມຄອງນໍ້າສາກົນ (IWMI) ແລະ ທະນາຄານພັດທະນາອາຊີ ເຊິ່ງ ມີນັກສຳມະນາກອນ ຈາກກົມຊົນລະປະທານ, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້, ກົມພັດທະນາທີ່ດິນ, ກົມຊັບພະຍາກອນ, ວິທະຍາໄລຊົນລະປະທານທ່າງ່ອນ, ຄະນະຊັບພະກອນນໍ້າ, ຂະແໜງ ຊົນລະປະທານ ແຂວງ 6 ແຂວງ ເຂົ້າຮ່ວມ.



homescontents
homescontents