ພິທີເຊັນສັນຍາ ຟື້ນຟູ-ສ້ອມແປງ ຊົນລະປະທານຫ້ວຍເດື່ອ ແລະ ຊົນລະປະທານຫ້ວຍໝາກຮຽວ ນະຄອນຫຼວງວຽງຈັນ
ໃນວັນທີ 30 ສຶງຫາ 2025, ທີ່ກົມຊົນລະປະທານ ໄດ້ເປີດພິທີເຊັນສັນຍາ ຟື້ນຟູ-ສ້ອມແປງ ຊົນລະປະທານຫ້ວຍເດື່ອ ແລະ ຊົນລະປະທານຫ້ວຍໝາກຮຽວ ນະຄອນຫຼວງວຽງຈັນ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ລະຫວ່າງ ກົມຊົນລະ ປະທານ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ຈະເລີນນິດກໍ່ສ້າງ ຈໍາກັດຜູ້ດຽວ; ກົມຊົນລະປະທານ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ແລະ ບໍລິສັດ ເຊົາເທິ້ນສະໂຕນ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ
ພາຍຫຼັງກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ສະເໜີການຊ່ວຍເຫຼືອຈາກທະນາ ຄານພັດທະນາອາຊີ (ADB) ເພື່ອຟື້ນຟູສ້ອມແປງຊົນລະປະທານ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດ ໂດຍສະເພາະ ຜົນກະ ທົບຈາກພາຍຸລະດູຮ້ອນ ພະຍຸພິລຸນ ແລະ ພະຍຸຢາກິ. ຊຶ່ງທະນາຄານພັດທະນາອາຊີ (ADB) ເຫັນດີໃຫ້ນໍາໃຊ້ຮ່ວງທຶນກູ້ຢືມ ຂອງໂຄງການພັດທະນາພື້ນຖານໂຄງລ່າງຊົນນະບົດ ແລະ ການຄຸ້ມຄອງອ່າງໂຕ່ງແບບຍືນຍົງ (ພຊຄ) ຈໍານວນ 5,000,000 USD ເຂົ້າໃນຟື້ນຟູໂຄງລ່າງ ທີ່ໄດ້ຮັບຜົນກະທົບ ຢູ່ 3 ແຂວງ 4 ໂຄງການ ຄື: 1). ໂຄງການ ຟື້ນຟູ-ສ້ອມແປງ ຊົນລະ ປະທານ ນໍ້າປົວ ແລະ ນໍ້າຮົມ 1 ແລະ 2 ເມືອງສົບເບົາ, ແຂວງຫົວພັນ; 2). ໂຄງການ ຟື້ນຟູ-ສ້ອມ ແປງ ຊົນລະປະທານ ນໍ້າທາ 3 ເມືອງນໍ້າທາ, ແຂວງຫຼວງນໍ້າທາ; 3). ໂຄງການ ຟື້ນຟູ-ສ້ອມແປງ ຊົນລະປະທານ ຫ້ວຍໝາກຮຽວ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ແລະ 4). ໂຄງການ ຟື້ນຟູ-ສ້ອມແປງ ຊົນລະປະທານ ຫ້ວຍເດື່ອ ເມືອງຫາດຊາຍຟອງ, ນະຄອນຫຼວງວຽງັຈນ.
ໂຄງການ ຟື້ນຟູ-ສ້ອມ ແປງຊົນລະປະທານຫ້ວຍເດື່ອ ແລະ ຫ້ວຍໝາກຮຽວ ນະ ຄອນຫຼວງວຽງຈັນ ໄດ້ເປີດຊອງປະມູນ ໃນວັນທີ 19 ມີນາ 2025 ແລະ ຜ່ານການປະ ເມີນດ້ານເຕັກນິກ ຕາມເງື່ອນໄຂທີ່ໄດ້ກໍານົດໄວ້, ຜົນການປະເມີນຄັດເລືອກ ໃນວັນ ທີ 28 ມີນາ 2025 ແລະ ທະນາຄານພັດທະນາອາຊີ (ADB) ໄດ້ຮັບຮອງຜົນການປະເມິນ ໃນວັນທີ 2 ເມສາ 2025 ຊຶ່ງບໍລິສັດ ຈະເລີນນິດກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຊະ ນະການປະມູນ ໃນການຟື້ນຟູ-ສ້ອມ ແປງ ຊົນລະປະທານຫ້ວຍເດື່ອ ໃນມູນຄ່າ 897,999.97 USD ແລະ ບໍລິສັດ ເຊົາເທິ້ນສະໂຕນ ສໍາຫຼວດ-ອອກແບບ ແລະ ກໍ່ ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຊະນະການປະມູນ ໃນວຽກງານການຟື້ນຟູ-ສ້ອມແປງ ຊົນ ລະປະທານຫ້ວຍໝາກຮຽວ ໃນມູນຄ່າ 1,749,661.83 USD.
ໃນວັນທີ 28 ສິງຫາ 2025 ກົມຊົນລະປະທານ, ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ຈັດພິທີເຊັນສັນຍາ ຟື້ນຟູ-ສ້ອມແປງ ຊົນລະປະທານ ຫ້ວຍເດື່ອ ແລະ ຊົນລະປະ ທານ ຫ້ວຍໝາກຮຽວ ຂຶ້ນ, ທີ່ກົມຊົນລະປະທານ. ຕາງ ໜ້າກົມຊົນລະປະທານ ລົງ ນາມໂດຍ ທ່ານ ອານຸສອນ ຄູນສົມບັດ ຮັກສາການຫົວໜ້າກົມຊົນລະປະທານ, ຕາງ ໜ້າ ບໍ ລິສັດ ລົງນາມໂດຍ ທ່ານປະທານບໍລິສັດ ຈະເລີນນິດກໍ່ສ້າງ ຈໍາກັດຜູ້ດຽວ ແລະ ບໍລິສັດ ເຊົາເທິ້ນສະໂຕນ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງ ຈໍາກັດຜູ້ດຽວ ຊຶ່ງມີ ທ່ານ ປອ. ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງ ກະສິກໍາ ແລະ ສິ່ງ ແວດລ້ອມ, ທ່ານຫົວໜ້າ-ຮອງຫົວໜ້າ ຫ້ອງການ, ກົມ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.
Credit: ພະແນກເຕັກໂນໂລຊີຂໍ້ມູນ-ຂ່າວສານ, ຫ້ອງການກະຊວງກະສິກຳ ແລະ ສິ່ງແວດລ້ອມ