Logo
ວິໄສທັດ

ພັດທະນາ, ຄຸ້ມຄອງ ແລະ ສະໜອງນໍ້າຊົນລະປະທານ ຫຼຸດຄວາມສ່ຽງຈາກໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພື້ນທີ່ການຜະລິດກະສິກຳ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແຜນງານຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ, ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ.

ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ

ໃນວັນທີ 23 ພະຈິກ 2022 ເວລາ 13:30 ໂມງ ທີ່ສະໂມສອນໂຮງຮຽນຊົນ ລະປະທານຊັ້ນສູງທ່າງ່ອນ ໄດ້ບໍລິຈາກ ເລືອດໃຫ້ແກ່ສູນເລືອດແຫ່ງຊາດອົງການກາແດງລາວ ໂດຍໃຫ້ກຽດຕ້ອນຮັບແມ່ນ ທ່ານ ອານຸສອນ ຄູນສົມ ບັດ ຮັກສາການອໍານວຍການໂຮງຮຽນຊົນລະປະທານຊັ້ນສູງທ່າງ່ອນ ເພື່ອເປັນການສ້າງຂະບວນການ ຕ້ອນຮັບວັນຊາດທີ 02 ທັນວາ ຄົບຮອບ 48 ປີ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ ມີ 76 ຄົນ, ມີນັກສຶກສາທີ່ ມີເງື່ອນໄຂສາມາດບໍລິຈາກເລືອດໄດ້ມີ ຈຳນວນ 17 ຄົນ (ຍິງ 06) ເລືອດດັ່ງກ່າວແມ່ນທາງສູນບໍລິ ຈາກເລືອດແຫ່ງຊາດລາວຈະນໍາໄປຊ່ວຍຜູ້ປ່ວຍທີ່ມີຄວາມຕ້ອງການໃນຂັ້ນຕໍ່ໄປ.



homescontents
homescontents